ສາລະໜ້າຮູ້ |
| - ບົດກະວີ ບຸນຄຸນຂອງພໍ່ແມ່ |
| - ບົດກະວີ ຈົດໝາຍເຖິງລູກ |
| - ບົດກະວີ ສົ່ງເສີມເງິນກີບ |
| - ວິທີກຳນົດເວລາເປີດໃຊ້ຄອມ |
| - ວິທີເຊື່ອງຊ້ອງຕ່າງໆຂອງຄອມ |
| - ວິທີພິມເອກະສານໂດຍບໍ່ໃຊ້ຄີບອດ |
ການບໍລິການຕ່າງໆ ທີ່ນອກຈາກການເຝິກອົບຮົມມີ:
- ບໍລິການສ້ອມແປງ ຫຼື ແກ້ໄຂຂໍ້ຂັດຂ້ອງຄອມພີວເຕີ - ຮັບອອກແບບສິ່ງພິມຕ່າງໆເຊັ່ນ: ກາໝາຍ, ສະຫຼາກຫຸ້ມຫໍ່ສິນຄ້າ, ແຜ່ນພັບ, ປະຕິທິນ, ສະຕິກເກີ້, ແບບໂຄສະນາຕ່າງໆ - ຮັບຕັດຕໍ່ວີດີໂອ ເຮັດສາລະຄະດີ ແລະ ເພງຄາຣາໂອເກ້ |
|
ບົດກະວີ ບຸນຄຸນຂອງພໍ່ແມ່
|
||||
ໂດຍ ສ. ສີໂຄດຕະບອງ
|
||||
ພໍ່ແມ່ນີ້ |
ມີຄຸນຍິ່ງໜັກໜາ |
|||
ຫາແນວປຸນ |
ປຍບປານບໍ່ມີໄດ້ |
|||
ເໝືອນກັບພື້ນ |
ປະຖະພີກວ້າງໃຫຍ່ |
|||
ເໝືອນແຜ່ນຟ້າ |
ກວມຫຸ້ມໂລກຄົນ ທ່ານເອີຍ |
|||
ຄົນເຮົາ |
ເກີດຈາກທ້ອງ |
ພະແມ່ມານດາ |
||
ອາໃສນົມ |
ແມ່ແພງພຽນລ້ຽງ |
|||
ອາຫານເຂົ້າ |
ແລງງາຍພໍ່ແລ່ນ |
|||
ຫາຊອກຄົ້ນ |
ມາລ້ຽງລູກຕົນ |
|||
ຍາມໃຫຍ່ຂຶ້ນ |
ອາຍຸເຖິງກະສຽນ |
|||
ພໍ່ແມ່ |
ສົ່ງລູກຮຽນ |
ຊອກສະແຫວງຄວາມຮູ້ |
||
ຫວັງເພື່ອ |
ເປັນຄົນກ້າ |
ມີວິຊາລ້ຽງຊີບ |
||
ຢູ່ສືບສ້າງ |
ຕະກຸນແກ້ວແຫ່ງຕົນ |
|||
ພໍ່ແມ່ |
ຍັງຈັດໃຫ້ |
ງານດອງສົມສູ່ |
||
ຕາມຮີດບ້ານ |
ບູຮານເຖົ້າສືບມາ |
|||
ຫວັງໃຫ້ |
ລູກກ້າວໜ້າ |
ສ້າງກໍ່ເປັນເຮືອນ |
||
ມີຄວາມສຸກ |
ສືບສາວໄປໜ້າ |
|||
ພ້ອມທັງ |
ລົງທຶນໃຫ້ |
ມູນມັງບິແບ່ງ |
||
ຫອມຮັກຕູ້ມ |
ຊູຊວ້ານໃຫ້ຮຸ່ງເຮືອງ |
|||
ຈິດໃຈ |
ພໍ່ແມ່ນັ້ນ |
ຮັກລູກເຫຼືອຄະນາ |
||
ຍາມລູກ |
ປະສົບສຸກ |
ພໍ່ແມ່ຍໍມືຍ້ອງ |
||
ຍາມໃດ |
ລູກຄາຂ້ອງ |
ຕົກລະກຳລຳບາກ |
||
ພໍ່ແມ່ຮ້ອນ |
ໃຈຂວ້ຳຂອດຫງາຍ |
|||
ສະຫຼຸບທ້າຍ |
ພໍ່ແມ່ມີຄຸນຫຼາຍ |
|||
ຂໍບຸດ |
ຕາບຸດຕີ |
ຈົ່ງຮຳ່ຮອນເອົາໄວ້ ແດ່ທ້ອນ |
||
ຈົບ.
|
||||