ສາລະໜ້າຮູ້ |
| - ບົດກະວີ ບຸນຄຸນຂອງພໍ່ແມ່ |
| - ບົດກະວີ ຈົດໝາຍເຖິງລູກ |
| - ບົດກະວີ ສົ່ງເສີມເງິນກີບ |
| - ວິທີກຳນົດເວລາເປີດໃຊ້ຄອມ |
| - ວິທີເຊື່ອງຊ້ອງຕ່າງໆຂອງຄອມ |
| - ວິທີພິມເອກະສານໂດຍບໍ່ໃຊ້ຄີບອດ |
ການບໍລິການຕ່າງໆ ທີ່ນອກຈາກການເຝິກອົບຮົມມີ:
- ບໍລິການສ້ອມແປງ ຫຼື ແກ້ໄຂຂໍ້ຂັດຂ້ອງຄອມພີວເຕີ - ຮັບອອກແບບສິ່ງພິມຕ່າງໆເຊັ່ນ: ກາໝາຍ, ສະຫຼາກຫຸ້ມຫໍ່ສິນຄ້າ, ແຜ່ນພັບ, ປະຕິທິນ, ສະຕິກເກີ້, ແບບໂຄສະນາຕ່າງໆ - ຮັບຕັດຕໍ່ວີດີໂອ ເຮັດສາລະຄະດີ ແລະ ເພງຄາຣາໂອເກ້ |
|
ບົດກະວີ ສົ່ງເສີມເງິນກີບ |
||||
ໂດຍ ສ. ສີໂຄດຕະບອງ |
||||
| ທຸກຊາດເຊື້ອ | ບົນໂລກໂລກາ ເຮົານີ້ | |||
ລ້ວນແຕ່ |
ມີເງິນຕາ | ຊາດຕົນສະຫງວນໃຊ້ | ||
ສຳລັບ |
ລາວເຮົາໄດ້ | ມີສະກຸນເງິນກີບ | ||
| ຢູ່ຄູ່ຄ້ຳ | ເລິງເລື້ອຍສືບມາ | |||
ຂໍໃຫ້ |
ລາວທົ່ວໜ້າ | ຈົ່ງຮັກຫວງແຫນ ແດ່ທ້ອນ | ||
ສົ່ງເສີມ |
ເງິນກີບລາວ | ຊື້ຂອງສິນຄ້າ | ||
ຊຳລະ |
ພາສີພ້ອມ | ບໍລິການທຸກຢ່າງ | ||
| ເປັນເງິນກີບລ້ວນ | ລາວກ້າວເຂື່ອນແຂງ ແທ້ດາຍ | |||
ອັນນຶ່ງ |
ຢ່າຄິດຕື້ນ | ນິຍົມຈ່າຍເງິນເຂົາ ອື່ນນັ້ນ | ||
ຈະເປັນ |
ເງິນຕາໃຜ | ຊ່າງຕາມລະວັງໄວ້ | ||
ກ່ອນຈະ |
ໄປນຳໃຊ້ | ຢູ່ພາຍໃນປະເທດ ລາວນີ້ | ||
ໃຫ້ປ່ຽນ |
ເປັນກີບແລ້ວ | ຈຶ່ງນຳໃຊ້ຈ່າຍສະບາຍ ທ່ານເອີຍ | ||
ຖ້າທ່ານ |
ອອກຈາກບ້ານ | ໄປປະເທດເມືອງເຂົາ | ||
ຕ້ອງການ |
ມີເງິນຕາ | ເພື່ອປະສົງການໃຊ້ | ||
ສາມາດ |
ແລກປ່ຽນໄດ້ | ທະນາຄານທຸກແຫ່ງ | ||
| ມີບໍ່ອັ້ນ | ກຽມພ້ອມຕອບສະໜອງ ແທ້ດາຍ | |||
ນາຍົກ |
ປະກາດແຈ້ງ | ອອກດຳລັດເປັນກົດ | ||
ໃຫ້ທຸກ |
ຄົນປະຕິບັດ | ລະບຽບການຫຼາຍຂໍ້ | ||
ຫວັງເພື່ອ |
ຮັກສາໄວ້ | ຄວາມເປັນເອກະລາດ | ||
| ຮັກຊາດໝັ້ນ | ສົ່ງເສີມໃຊ້ກີບລາວ ຊອບແລ້ວ | |||
ເຊີນເຢີ |
ຊາວພີ່ນ້ອງ | ທຸກທົ່ວດິນລາວ ຂ້ອຍເອີຍ | ||
ຈົ່ງຮ່ວມ |
ໂຮມແຮງຮັກ | ກີບສະກຸນນຳໃຊ້ | ||
ຢ່າໄດ້ |
ປະໄລໃຫ້ | ເງິນກີບລາວ ຕົກຕຳ່ | ||
| ຈົ່ງຊ່ວຍຄ້ຳ | ຊູຂືຶ້ນຄ່າສູງ ແດ່ຖ້ອນ | |||
ຈົບ. |
||||