ຍິນດີຕ້ອນຮັບ
ທຸກໆທ່ານ
ສູ່
ສູນບຸດນະສິນ
ສອນຄອມພີວເຕີ
ຂໍຂອບໃຈທີ່ທຸກໆທ່ານໄດ້ມອບຄວາມໄວ້ວາງໃຈໃຫ້ແກ່ສູນບຸດນະສິນສອນຄອມ ແລະ ຫວັງວ່າທ່ານຈະໃຫ້ການສະໜັບສະໜູນຕະຫຼອດໄປ
ສາລະໜ້າຮູ້
- ບົດກະວີ ບຸນຄຸນຂອງພໍ່ແມ່
- ບົດກະວີ ຈົດໝາຍເຖິງລູກ
- ບົດກະວີ ສົ່ງເສີມເງິນກີບ
- ວິທີກຳນົດເວລາເປີດໃຊ້ຄອມ
- ວິທີເຊື່ອງຊ້ອງຕ່າງໆຂອງຄອມ
- ວິທີພິມເອກະສານໂດຍບໍ່ໃຊ້ຄີບອດ
ການບໍລິການຕ່າງໆ ທີ່ນອກຈາກການເຝິກອົບຮົມມີ:

- ບໍລິການສ້ອມແປງ ຫຼື ແກ້ໄຂຂໍ້ຂັດຂ້ອງຄອມພີວເຕີ
- ຮັບອອກແບບສິ່ງພິມຕ່າງໆເຊັ່ນ: ກາໝາຍ, ສະຫຼາກຫຸ້ມຫໍ່ສິນຄ້າ,
   ແຜ່ນພັບ, ປະຕິທິນ, ສະຕິກເກີ້, ແບບໂຄສະນາຕ່າງໆ
- ຮັບຕັດຕໍ່ວີດີໂອ ເຮັດສາລະຄະດີ ແລະ ເພງຄາຣາໂອເກ


ຂໍ້ມູນກ່ຽວກັບ ສູນບຸດນະສິນສອນຄອມ

   - ສູນບຸດນະສິນສອນຄອມ ( Boudnasinh Computer Training ) ຊື່ຫຍໍ້ແມ່ນ ບ.ສ.ຄ ( B.C.T )ເປັນສູນຝຶກອົບຮົມ
     ວິຊາຄອມພີວເຕີຂະໜາດນ້ອຍ ເຊິ່ງບໍລິການເຝິກອົບຮົມ ວິຊາຄອມພີວເຕີເລີ້ມແຕ່ຂັ້ນພື້ນຖານຈົນເຖິງລະດັບມືອາຊີບ.
     ໂດຍໄດ້ຮັບອະນຸຍາດສ້າງຕັ້ງຄັ້ງທຳອິດຈາກພາກສ່ວນ ຕ່າງໆ ດັ່ງນີ້:
   - ໃບອະນຸຍາດໃຫ້ສ້າງຕັ້ງສູນ ບຸດນະສິນສອນຄອມ ຈາກກະຊວງສຶກສາທິການ
     ເລກທີ : 499 ສສ.ອຊ/2000 ລົງວັນທີ 21 ເດືອນ ເມສາ 2000.
   - ໃບທະບຽນວິສາຫະກິດ ຈາກພະແນກການຄ້າ ກຳແພງນະຄອນວຽງຈັນ
     ເລກທີ : 29 / ພກຄ.2000 ລົງວັນທີ 20 ເດືອນ ມິນາ 2000
   - ໃບທະບຽນອາກອນພາຍໃນ ຈາກຫ້ອງການສ່ວຍສາອາກອນ ເມືອງ ໄຊເສດຖາ
     ເລກທີ : 830 / ຊັ້ນ 3 ສົກປີ 2000 ລົງວັນທີ 03 ເດືອນ ເມສາ 2000
          ຈາກນັ້ນ ກໍ່ໄດ້ດຳເນີນການເຄື່ອນໄຫວທຸລະກິດ ແລະ ສືບຕໍ່ຂໍອະນຸຍາດ ຕາມອາຍຸການໃບອະນາຍາດເລື້ອຍໆມາ
     ຈົນເຖິງປະຈຸບັນ.

   1. ເລືອກຮຽນຕາມຂະແໜງວິຊາທີ່ຕ້ອງການ ຫຼື ຮຽນຕາມລຳດັບວິຊາ ແລະ ຮຽນຕາມຊ້ວງຮຽນທີ່ສະໝັກໄວ້
      ( ຮຽນຕາມຫຼັກສູດປົກກະຕິ )
   2. ຮຽນແບບມອບເໝົາ, ຮຽນ 05 ວິຊາຂຶ້ນໄປ ສາມາດຮຽນຊ້ຳເກົ່າຫຼາຍຮອບ, ຮຽນຈົນເປັນ ຫຼື ຝຶກງານພ້ອມ,       ຮຽນຈົນພໍໃຈຈຶ່ງຈົບອອກໄປ.

- ທ. ບັນລັງ ບຸດນະສິນ ຕຳແໜ່ງ : ເປັນເຈົ້າຂອງ ແລະ ອາຈານສອນ
- ເປັນຜູ້ບໍລິຫານ, ແຕ່ງ ແລະ ປັບປຸງຫຼັກສູດວິຊາຮຽນຕ່າງໆ ທີ່ສອນຢູ່ທີ່ສູນ ບ.ສ.ຄ
- ວິຊາທີ່ສອນມີ : ຄອມພີວເຕີກຼາບຟິກ, ສ້ອມແປງຄອມພີວເຕີ, ຕິດຕັ້ງລະບົບເຄືອຂ່າຍ,
  ຕັດຕໍ່ວີດີໂອ ແລະ ຄາຣາໂອເກ້, MS Access, ອິນເຕີເນັດ, ອອກແບບເວບໄຊ໌, ອັດຊີດີ
   ແລະ ແປງລະບົບເພງ.
- ວຽກສັງຄົມ : ເປັນຄະນະບໍລິຫານງານ ( ຄະນະປະຈຳ ) ຂອງສະມາຄົມໂຮງຮຽນພາກເອກະຊົນ.
- ນ. ວຽງມະນີ ວີຈິດ ຕຳແໜ່ງເປັນ ຮອງອຳນວຍການ
- ໜ້າທີ່ຮັບຜິດຊອບ : ວຽກບໍລິຫານ ແລະ ການເງິນ
- ທ. ສາຄອນ ແກ້ວວິໄລ ຕຳແໜ່ງເປັນ ຜູ້ຊ່ວຍ ແລະ ອາຈານສອນ
- ວິຊາສອນມີ : ການນຳໃຊ້ຄອມພີວເຕີຂັ້ນພື້ນຖານ, ຕົບແຕ່ງພາບແລະອອກແບບສິ່ງພິມ, ສ້ອມແປງຄອມພີວເຕີ
- ທ. ພອນປະເສີດ ບົວພັນທອງ ຕຳແໜ່ງເປັນ ຜູ້ຊ່ວຍ ແລະ ອາຈານສອນ
- ວິຊາສອນມີ : ການນຳໃຊ້ຄອມພີວເຕີຂັ້ນພື້ນຖານ, ສ້ອມແປງຄອມພີວເຕີ
- ທ. ວັນນະສັກ ບຸດນະສິນ ຕຳແໜ່ງເປັນ ຜູ້ຊ່ວຍ
- ວິຊາສອນຊ່ວຍມີ : ການນຳໃຊ້ຄອມພີວເຕີຂັ້ນພື້ນຖານ, ສ້ອມແປງຄອມພີວເຕີ, ອອກແບບເວບໄຊ໌, ອັດຊີດີແລະແປງລະບົບເພງ
   ຕັດຕໍ່ວີດີໂອ ເຮັດສາລະຄະດີ ແລະ ເພງຄາຣາໂອເກ້.