ຍິນດີຕ້ອນຮັບ
ທຸກໆທ່ານ
ສູ່
ສູນບຸດນະສິນ
ສອນຄອມພີວເຕີ
ຂໍຂອບໃຈທີ່ທຸກໆທ່ານໄດ້ມອບຄວາມໄວ້ວາງໃຈໃຫ້ແກ່ສູນບຸດນະສິນສອນຄອມ ແລະ ຫວັງວ່າທ່ານຈະໃຫ້ການສະໜັບສະໜູນຕະຫຼອດໄປ
ສາລະໜ້າຮູ້
- ບົດກະວີ ບຸນຄຸນຂອງພໍ່ແມ່
- ບົດກະວີ ຈົດໝາຍເຖິງລູກ
- ບົດກະວີ ສົ່ງເສີມເງິນກີບ
- ວິທີກຳນົດເວລາເປີດໃຊ້ຄອມ
- ວິທີເຊື່ອງຊ້ອງຕ່າງໆຂອງຄອມ
- ວິທີພິມເອກະສານໂດຍບໍ່ໃຊ້ຄີບອດ
ການບໍລິການຕ່າງໆ ທີ່ນອກຈາກການເຝິກອົບຮົມມີ:

- ບໍລິການສ້ອມແປງ ຫຼື ແກ້ໄຂຂໍ້ຂັດຂ້ອງຄອມພີວເຕີ
- ຮັບອອກແບບສິ່ງພິມຕ່າງໆເຊັ່ນ: ກາໝາຍ, ສະຫຼາກຫຸ້ມຫໍ່ສິນຄ້າ,
   ແຜ່ນພັບ, ປະຕິທິນ, ສະຕິກເກີ້, ແບບໂຄສະນາຕ່າງໆ
- ຮັບຕັດຕໍ່ວີດີໂອ ເຮັດສາລະຄະດີ ແລະ ເພງຄາຣາໂອເກ

 ຮຽນຕັດຕໍ່ວີດີໂອ ເຮັດສາລະຄະດີ ແລະ ເພງຄາຣາໂອເກ້  ຈຳນວນ 80 ຊົ່ວໂມງ

   - ແນະນຳສະເປັກ ຄອມ, ກ້ອງວີດີໂອ ແລະ ອຸປະກອນຕ່າງໆທີ່ຈຳເປັນ
   - ແນະນຳບັນດາ ໂປຼແກຼມຕ່າງໆທີ່ຈະໄດ້ຮຽນ ແລະ ໜ້າທີ່ການໃຊ້ງານຂອງໂປຼແກຼມເລົ່ານັ້ນ
   - ຮຽນ Capture VDO ຈາກກະແຊັດວີດີໂອ ເຂົ້າໃສ່ຄອມພີວເຕີ ເພື່ອຕັດຕໍ່
   - ແນະນຳບັນດາຄຳສັ່ງ ແລະ ເຄື່ອງມືຕ່າງໆທີ່ມັກໃຊ້ໃນການຕັດຕໍ່ ຢູ່ໂປຼແກຼມ Adobe Premiere
   - ຮຽນຫົວຂວັ້ນ ວີດີໂອ ( Title )
   - ຮຽນສ້າງສາລະຄະດີຕ່າງໆ ເຊັ່ນ: ງານດອງ, ງານບຸນ, ງານວັນເກີດ, ກອງປະຊຸມ, ການທ່ອງທ່ຽວ ແລະ ອື່ນໆ
   - ຮຽນປັບ ວີດີໂອ ແລະ ໃສ່ Effect ຕ່າງໆ, ປັບວີດີໂອມືດໃຫ້ແຈ້ງ, ປັບຊ້າ, ປັບໄວ, ປັບຖອຍຫຼັງ, ປັບໃຫ້ມົວສະເພາະຈຸດ...
   - ຮຽນຂຽນຕົວໜັງສືແນະນຳວີດີໂອ, ຕົວໜັງເລື່ອນຜ່ານໜ້າຈໍ
   - ຮຽນເອົາພາບທີ່ຕ້ອງການຈາກ ວີດີໂອ, ເອົາພາບຂ້າງນອກມາປະກອບໃສ່ ວີດີໂອ...
   - ຮຽນແຕ່ງໂລໂກ ແລະ ເຟຣມປະກອບໃສ່ວີດີໂອ
   - ຮຽນສ້າງ VDO Background ຈາກຄອມພີວເຕີຮູບແບບຕ່າງໆ ເພື່ອມາໃຊ້ກັບການຖ່າຍ ວີດີໂອແບບ Blue Screen
     ແບບ Creen Screen...
   - ຮຽນສ້າງເພງຄາຣາໂອເກ້ ແບບແຖວດຽວ, 2 ແຖວ, 2 ພາສາ...
   - ຮຽນ Render ວີດີໂອ ທີ່ຕັດຕໍ່ແລ້ວ ອອກມາເປັນລະບົບ VCD, SVCD, DVD...
   - ຮຽນອັດ VCD, DVD... ທີ່ Render ມາໃສ່ແຜ່ນ
   - ໂປຼແກຼມທີ່ຮຽນປະກອບມີ: Adobe Premiere, Holly wood, Title Dekko, Partition Illusion,
     TechSmith Camtasia Studio, Canopus Procoder.